ພິທີເຊັນບົດບັນທຶກຄວາມເຂົ້າໃຈ: ລະຫວ່າງ ສຕອ ແລະ ວິທະຍາໄລອະຊີວະສຶກສາເຕັກໂນໂລຊີເອເລັກໂຕຣນິກ & ຂໍ້ມູນຂ່າວສານ ກຸ້ຍໂຈ
08/02/2024
ໃນວັນທີ 23 ມັງກອນ 2024 ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ: ລະຫວ່າງ ສະຖາບັນຄົ້ນຄ້ວານຳໃຊ້ເຕັກໂນໂລຊີອັດສະລິຍະ ແລະ ວິທະຍາໄລອະຊີວະສຶກສາເຕັກໂນໂລຊີເອເລັກໂຕຣນິກ & ຂໍ້ມູນຂ່າວສານ ກຸ້ຍໂຈ ແລະ ສະມາຄົມສົ່ງເສີມການສຶກສາ ແລະ ຝຶກອົບຮົມ ລ້ານຊ້າງ-ແມ່ຂອງ ສປຈີນ.
ໃນຫົວຂໍ້ “ເສີມສ້າງການຮ່ວມມື ການຄົ້ນຄ້ວາ, ພັດທະນາ, ການສຶກສາ ແລະ ຝຶກອົບຮົມ ດ້ານເຕັກໂນໂລຊີອັດສະລິຍະ ພາຍໃຕ້ແນວຄິດລິເລີ່ມ 1 ແລວ 1 ເສັ້ນທາງຂອງວິທະຍາໄລອະຊີວະສຶກສາເຕັກໂນໂລຊີເອເລັກໂຕຣນິກ & ຂໍ້ມູນຂ່າວສານ ກຸ້ຍໂຈ” ແລະ ພິທີເປີດວິທະຍາໄລ ທາງສາຍໄໝ ລາວ-ຈີນ ຂອງ ວິທະຍາໄລອະຊີວະສຶກສາເຕັກໂນໂລຊີເອເລັກໂຕຣນິກ & ຂໍ້ມູນຂ່າວສານ ກຸ້ຍໂຈ.
ນອກນັ້ນ, ເປີດບັ້ນຝຶກອົບຮົມລະດັບນານາຊາດເພື່ອຍົກລະ ດັບຄວາມຮູ້-ຄວາມສາມາດໃຫ້ພະນັກງານ, ນັກຮຽນ ແລະນັກສຶກສາ ໃນຫົວຂໍ້ “ຄວາມຮູ້ພື້ນຖານພາສາຈີນ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ” ໃນຮູບແບບອອນລາຍ.