08/02/2024
ສູນສົ່ງເສີມ ແລະ ຖ່າຍທອດ ເຕັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສຳມະນາ ວຽກງານຄຸ້ມຄອງການຫັນເປັນດິຈິຕອນ, ວຽກງານເຕັກໂນໂລຊີ ແລະ ການສື່ສານ ໃນຕອນບ່າຍຂອງວັນທີ 13 ມັງກອນ 2024, ທີ່ຫໍປະຊຸມແຫ່ງຊາດ ຊຶ່ງເປັນກິດຈະກຳໜຶ່ງປິ່ນອ້ອມໃນງານສັບປະດາດິຈິຕອນ (Digital Week) 2024 ໂດຍໃຫ້ກຽດເຂົ້າຮ່ວມໂອ້ລົມຕໍ່ກອງປະຊຸມຂອງທ່ານ ປອ. ສັນຕິສຸກ ສິມມາລາລົງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຄະນະສູນ, ຄະນະພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ/ນະຄອນຫຼວງ ແລະ ພະນັກງານຈາກສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່ກັບພາລະບົດບາດ, ໜ້າທີ ການຈັດຕັ້ງປະຕິບັດວຽກງານຫັນເປັນດິຈິຕອນ, ວຽກງານເຕັກໂນໂລຊີ ແລະ ການສື່ສານ ຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ. ກອງປະຊຸມສຳມະນາຄັ້ງນີ້ໄດ້ດຳເນີນເປັນເວລາ 2 ວັນ ຊຶ່ງໄດ້ນຳສະເໜີ ກ່ຽວກັບການສົ່ງເສີມສ້າງເສດຖະກິດດິຈິຕອນ (DE), ການສົ່ງເສີມລັດຖະບານດິຈິຕອນ (DG) ແລະ ການສົ່ງເສີມສັງຄົມດິຈິຕອນ (DS), ການສົ່ງເສີມສະຕາດອັບ, ການຄຸ້ມຄອງເຕັກໂນໂລຊີ ແລະ ນະວັດຕະກໍາ, ການຄຸ້ມຄອງ ແລະ ພັດທະນາເຕັກໂນໂລຊີດິຈິຕອນ, ການຄຸ້ມຄອງອິນເຕີເນັດແຫ່ງຊາດ ແລະ ລະບົບໂຄງລ່າງພື້ນຖານ, ການຄຸ້ມຄອງຄື້ນຄວາມຖີ່ວິທະຍຸສື່ສານ, ການພັດທະນາລັດຖະບານດິຈິຕອນ, ການຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ ທີ່ມາຈາກບັນດາກົມ/ທຽບເທົ່າ ພາຍໃນກະຊວງ ເພື່ອນຳສະເໜີ ແລະ ເຜີຍແຜ່ໃຫ້ແກ່ບັນດາພະແນກ ແຂວງ/ນະຄອນຫຼວງ ນຳໄປຜັນຂະຫຍາຍເຂົ້າໃນວຽກງານຢ່າງມີປະສິດທິພາບ ແລະ ປະສິດທິຜົນ ໂດຍສະເພາະວຽກງານການຫັນເປັນດິຈິຕອນໃຫ້ບັນລຸຕາມແຜນຍຸດທະສາດຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ຮັບປະກັນໄດ້ທັງປະລິມານ ແລະ ຄຸນະພາບ.
ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນສົນທະນາຄຳຄິດຄຳເຫັນລະຫວ່າງວິທະຍາກອນ ແລະ ນັກສຳມາກອນ ເພື່ອເສີມສ້າງວຽກງານຄຸ້ມຄອງການຫັນເປັນດິຈິຕອນ ແລະ ວຽກງານເຕັກໂນໂລຊີ ຕື່ມອີກ. ຊຶງການຈັດຕັ້ງຜັນຂະຫຍາຍວຽກງານການຫັນເປັນດິຈິຕອນ ແມ່ນພາລະບົດບາດຫຼັກຂອງຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ທີ່ຈະຕ້ອງເປັນຜູ້ນຳໜ້າໃນການຂັບເຄື່ອນວຽກງານດັ່ງກ່າວ ແລະ ທັງໄດ້ສຸກຍູ້ສົ່ງເສີມໃຫ້ຂະແໜງການອື່ນພາຍໃນແຂວງ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດໃນການຫັນເປັນດິຈິຕອນ ໃນທຸກຂົງເຂດວຽກງານ.