ໜ່ວຍຊາວໜຸ່ມ ສຕອ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ I ຂອງຕົນຢ່າງຈົບງາມ
08/02/2024
ໜ່ວຍຊາວໜຸ່ມ ສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ (ສຕອ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ I ຂອງຕົນຂຶ້ນ ໃນຕອນບ່າຍຂອງວັນທີ 18 ທັນວາ 2023 ນີ້, ທີ່ຫ້ອງປະຊຸມໃຫຍ່ ສະຖາບັນເຕັກໂນໂລຊີ ແລະ ການສື່ສານ, ກຕສ. ຊຶ່ງໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງ ສະຫາຍ ພົນປະສິດ ພິດສະໄໝ ຄະນະພັກກະຊວງ, ເລຂາໜ່ວຍພັກ ສຕອ ແລະ ສະຫາຍ ພວງປະເສີດ ແກ້ວສຸວັນ ຄະນະພັກກະຊວງ, ກໍາມະການຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານ ຊາວໜຸ່ມປະຊາຊົນ ປະຕິວັດລາວ ກຕສ ພ້ອມດ້ວຍຕາງໜ້າປະທານຮາກຖານກໍາມະບານ ສຕອ ແລະ ຕາງໜ້າຫົວໜ້າໜ່ວຍສະຫະພັນແມ່ຍິງ ສຕອ, ມີບັນດາຮາກຖານ/ໜ່ວຍຊາວໜຸ່ມ ບັນດາກົມ/ທຽບເທົ່າ, ຕາງໜ້າຈາກຫ້ອງການພັກ ແລະ ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍບັນດາສະມາຊິກຊາວໜຸ່ມພາຍໃນໜ່ວຍຊາວໜຸ່ມ ສຕສ ເຂົ້າຮ່ວມ ທັງໝົດ 35 ສະຫາຍ, ຍິງ 11 ສະຫາຍ.
:
ໃນກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຮັບຟັງບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາ, ສະຫຼຸບຕີລາຄາຜົນງານການເຄື່ອນໄຫວວຽກງານຂອງໜ່ວຍຊາວໜຸ່ມ ສຕອ ໃນໄລຍະຜ່ານມາ (2019-2023) ແລະ ກໍານົດທິດທາງແຜນການໃນ 05 ປີຕໍ່ໜ້າ (2023-2027) ຊຶ່ງໄດ້ວາງມາດຕະການໃນການຈັດຕັ້ງປະຕິບັດໄວ້ຄື: ເພີ່ມທະວີການເປັນເຈົ້າການ ໃນການນໍາພາ-ຊີ້ນໍາ ສຶກສາອົບຮົມວຽກງານການເມືອງ-ແນວຄິດ ດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອໃຫ້ແທດເໝາະກັບສະພາບການ, ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນກັບວຽກງານຍົກລະດັບ ວິຊາສະເພາະ ເປັນຕົ້ນແມ່ນ: ວຽກງານເຕັກໂນໂລຊີດິຈິຕອນ. ເອົາໃຈໃສ່ຄົ້ນຄວ້າ, ພັດທະນາສົ່ງເສີມການນໍາໃຊ້, ການບໍລິການ ແລະ ໂຄສະນາເຜີຍແຜ່ເຕັກໂນໂລຊີດິຈິຕອນ ໃຫ້ແທດເໝາະກັບເງື່ອນໄຂການພັດທະນາເຕັກໂນໂລຊີ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຕາມທິດຫັນເປັນອຸດສະຫະກໍາ ແລະ ທັນສະໄໝ ພ້ອມທັງຜັນຂະຫຍາຍ ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໃຫ້ປາກົດຜົນເປັນຈິງເທື່ອລະກ້າວ. ສຸມໃສ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃຫ້ຕິດພັນໄປກັບແຜນການເຄື່ອນໄຫວວຽກງານວິຊາສະເພາະຂອງໜ່ວຍ ເພື່ອຮັບປະກັນໄດ້ ປະສິດທິພາບ ແລະ ປະສິດທິຜົນສູງສຸດ. ໃນໂອກາດນີ້, ເພື່ອເປັນການຊົມເຊີຍຕໍ່ກັບຜົນງານໃນການປະຕິບັດໜ້າທີ່ໃນໄລຍະຜ່ານມາ ຍັງໄດ້ມີພິທີມອບ-ຮັບໃບຍ້ອງຍໍ ຂັ້ນຄະນະບໍລິຫານງານຊາວໜຸ່ມ ກຕສ ໃຫ້ແກ່ຄະນະໜ່ວຍຊາວໜຸ່ມ ສຕອ ຊຸດເກົ່າ.
:
ພ້ອມດຽວກັນນີ້, ບັນດາຜູ້ແທນກອງປະຊຸມ ໄດ້ພ້ອມກັນນໍາໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊາວໜຸ່ມ ສຕອ ຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້ ຊຶ່ງມີຜູ້ລົງຮັບສະໝັກເລືອກຕັ້ງທັງໝົດ 05 ສະຫາຍ, ຍິງ 01 ສະຫາຍ ແລະ ເລືອກໄດ້ 03 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກຄົບຄະນະປະທານກອງປະຊຸມໃຫຍ່ ໄດ້ຕົກລົງເຫັນດີເລືອກເອົາ ຄະນະໜ່ວຍຊາວໜຸ່ມ ຄື: ສະຫາຍ ພອນປະເສີດ ສຸລິນທອນ ເປັນເລຂາ, ສະຫາຍ ນາງ ພູສາຍທອງ ພັນນະວົງ ເປັນຮອງເລຂາ, ທັງເປັນປະທານກວດກາ ແລະ ສະຫາຍ ພະສຸທາ ພິມດີ ເປັນກຳມະການ.
:
ໃນໂອກາດນີ້, ສະຫາຍ ພວງປະເສີດ ແກ້ວສຸວັນ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ຊຶ່ງສະຫາຍໄດ້ເຫັນດີເປັນເອກະພາບຕໍ່ການຕີລາຄາສະພາບການເຄື່ອນໄຫວຂອງຄະນະໜ່ວຍຊາວໜຸ່ມ ສຕອ ໃນໄລຍະຜ່ານມາ ເເລະ ເຫັນດີ ເປັນເອກະພາບ ຕໍ່ບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາ ຂອງຄະນະໜ່ວຍຊາວໜຸ່ມ ຊຸດເກົ່າ ແລະ ຊົມເຊີຍ ຕໍ່ຜົນສໍາເລັດທີ່ຄະນະໜ່ວຍຍາດມາໄດ້ໃນໄລຍະຜ່ານມາ ຊຶ່ງເປັນຜົນງານອັນໃຫຍ່ຫຼວງ ແລະ ເປັນພື້ນຖານອັນສໍາຄັນໃຫ້ແກ່ການສືບຕໍ່ ຜັນຂະຫຍາຍເຂົ້າໃນຂົງເຂດວຽກງານຊາວໜຸ່ມ ສຕອ ພາຍໃຕ້ຂໍ້ແຂ່ງຂັນ 4 ບຸກ ທີ່ຕິດພັນກັບການເຄື່ອນໄຫວວຽກງານວິຊາສະເພາະ. ພ້ອມທັງເນັ້ນໜັກໃຫ້ຄະນະໜ່ວຍຊາວໜຸ່ມ ສຕອ ຊຸດໃໝ່ ສືບຕໍ່ນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຊາວໜຸ່ມ ສຕອ ກໍຄື ຂອງ ຄະນະບໍລິຫານງານ ຊປປລ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ວາງອອກຢ່າງເຂັ້ມງວດ. ເຊີດຊູຄວາມເປັນເຈົ້າການ ແບບຢ່າງນໍາໜ້າໃນທຸກດ້ານ, ເພີ່ມທະວີຄວາມເປັນເອກະພາບ ຄວາມສາມັກຄີຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ I, ທິດທາງແຜນການໃນ 5 ປີຕໍ່ໜ້າ ໃຫ້ບັນລຸຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.