ສຳມະນາແລກປ່ຽນຄວາມຮູ້ດ້ານເຕັກໂນໂລຊີ ປັນຍາປະດິດ

08/02/2024

ສຳມະນາແລກປ່ຽນຄວາມຮູ້ດ້ານເຕັກໂນໂລຊີ ປັນຍາປະດິດ

ໃນວັນທີ 14 ທັນວາ 2023, ສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຂອງ ສປປ ລາວ ຮ່ວມກັບ ວິທະຍາໄລຊັບພະວິຊາ ຊານຈ່ຽນ, ສະມາຄົມສົ່ງເສີມການສຶກສາ ແລະ ການຝຶກອົບຮົມ LAMG-China ແລະ ກຸ່ມບໍລິສັດ ຢາລອງ ອຸປະກອນອິນເຕີລີເຈັນ ໄດ້ຮ່ວມກັນຈັດງານສໍາມະນາ ພາຍໃຕ້ຫົວຂໍ້ ປັນຍາປະດິດເພື່ອການພັດທະນາ ຊຶ່ງງານດັ່ງກ່າວແມ່ນໄດ້ປະກອບສ່ວນໃນແຜນງານ ເສັ້້ນທາງສາຍໄໝຂອງການຮ່ວມມືຂອງວິທະຍາໄລ ຕາມຂໍ້ລິເລີ້ມໜຶ່ງແລວໜຶ່ງເສັ້ນທາງ ຂອງ ສປ ຈີນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ພົນປະສິດ ພິດສະໄໝ, ຫົວໜ້າ ສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ, ທ່ານ ZHANG JUN, ຮອງປະທານວິທະຍາໄລຊັບພະວິຊາ ຊານຈ່ຽນ, ມີນັກວິທະຍາກອນ, ນັກສຳມະນາກອນ ແລະ ນັກສຶກສາທີ່ກ່ຽວຂ້ອງເຂົ້າຮ່ວມ./
:
ຈຸດປະສົງຂອງການຈັດສຳມະນາດັ່ງກ່າວແມ່ນເພື່ອຍົກລະດັບຄວາມຮັບຮູ້ໃຫ້ແກ່ຜູ້ເຂົ້າຮ່ວມໂດຍສະເພາະແມ່ນວຽກງານກ່ຽວກັບການທີ່ຈະນໍາໃຊ້ປັນຍາປະດິດກໍຄືຄົນກັບເຄື່ອງຈັກ ເພື່ອສ້າງຄວາມເປັນນະວັດຕະກໍາອັດຕະໂນມັດ ແລະ ທັນສະໄໝ ແນໃສ່ການຫັນເປັນດິຈິຕອນ ຊຶ່ງເປັນແຮງຂັບເຄື່ອນທີ່ສຳຄັນເພື່ອບັນລຸເປົ້າໝາຍການຍົກສູງລະດັບຜະລິດຕະພັນ ແລະ ການຍົກລະດັບພັດທະນາແບບຍືນຍົງໄດ້ຢ່າງອັດຕະໂນມັດ ຂອງ ສປປ ລາວ ໃນອະນາຄົດ.
:
ໂອກາດດັ່ງກ່າວ, ທ່ານ ພົນປະສິດ ພິດສະໄໝ ກ່າວວ່າ: ອີງຕາມບົດລາຍງານການຄົ້ນຄວ້າສາກົນ ຜົນກະທົບຂອງປັນຍາປະດິດ ສາມາດເພີ່ມທະວີການເຕີບໂຕດ້ານເສດຖະກິດປະຈຳປີ ເປັນສອງເທົ່າໃນປີ 2035 ໂດຍການປ່ຽນແປງລັກສະນະຂອງວຽກງານ ແລະ ສ້າງຄວາມສຳພັນໃໝ່ລະຫວ່າງຄົນກັບເຄື່ອງຈັກ. ພ້ອມນັ້ນ, ຜົນກະທົບຂອງເຕັກໂນໂລຊີປັນຍາປະດິດຕໍ່ທຸລະກິດ ຄາດວ່າຈະເພີ່ມສະມັດຕະພາບແຮງງານເຖິງ 40% ແລະ ເຮັດໃຫ້ຜູ້ຄົນສາມາດໃຊ້ເວລາມີປະສິດທິພາບຫຼາຍຂຶ້ນ.
ສຳລັບ ສປປ ລາວ ຖືເປັນສິ່ງທ້າທາຍໃນການຮັບເອົາປັນຍາປະດິດ ເຊັ່ນດຽວກັນກັບບັນດາປະເທດກໍາລັງພັດທະນາ ຊຶ່ງຈະຕ້ອງໄດ້ຜ່ານຜ່າ ແລະ ແກ້ໄຂ ສິ່ງທ້າທາຍ ຍ້ອນວ່າປັນຍາປະດິດ ເປັນທັງເຕັກໂນໂລຊີ ແລະ ນະວັດຕະກໍາທາງສັງຄົມ ຊຶ່ງມັນຈະນໍາເອົາທັງຜົນປະໂຫຍດ ແລະ ຄວາມສັບສົນມາພ້ອມກັນ ຊຶ່ງສາມາດຫັນປ່ຽນສັງຄົມຢ່າງສົມບູນ, ລວມທັງຂະແໜງການຂອງພາກລັດ. ສະນັ້ນ, ການນໍາໃຊ້ປັນຍາປະດິດ ຈະຢູ່ບ່ອນໃດ ມັນຈະມັກເກິດມີອຸປະສັກໃນການສ້າງການພົວພັນ ລະຫວ່າງຜູ້ຊົມໃຊ້ ກັບສະຖາບັນຜູ້ຄຸ້ມຄອງ ແລະ ໃຫ້ບໍລິການ.
ດ້ານລະບົບນິເວດວິທະຍາຂອງຂໍ້ມູນຖືວ່າເປັນວັດຖຸດິບ ສໍາລັບ ລະບົບປັນຍາປະດິດ, ຊຶ່ງທຸກເຄື່ອງມື ແລະ ເຕັກນິກຂອງປັນຍາປະດິດ ແມ່ນຕ້ອງການ ການນໍາໃຊ້ຂໍ້ມູນທີ່ມີຄຸນນະພາບສູງ ແລະ ສາມາດເຊື່ອມໂຍງກັນໄດ້ ເພື່ອສ້າງການໂຕ້ຕອບ ແລະ ລະບົບອັດສະລິຍະ, ຊຶ່ງຢູ່ໃນ ສປປ ລາວ ແມ່ນຍັງຂາດການເຂົ້າເຖິງຂໍ້ມູນແບບເປີດກວ້າງ. ສະນັ້ນ, ຈໍາເປັນຕ້ອງໄດ້ມີການສົ່ງເສີມການເປີດຂໍ້ມູນທີ່ມີຢູ່ ສໍາລັບກິດຈະກໍາການຄົ້ນຄວ້າ, ການດໍາເນີນທຸລະກິດ ແລະ ການຕັດສິນໃຈ ຂອງລະບົບປັນຍາປະດິດ. ພ້ອມນັ້ນ, ການພັດທະນາເຕັກໂນໂລຊີ ແລະ ພື້ນຖານໂຄງລ່າງ ດ້ານຖານຂໍ້ມູນມະຫາສານ, ລະບົບການຮຽນຮູ້ຂອງເຄື່ອງຈັກ, ລະບົບການຮຽນແບບລົງເລີກ ແລະ ລະບົບການຕັດສິນໃຈ ທີ່ເປັນອົງປະກອບຂອງລະບົບປັນຍາປະດິດ ແມ່ນຍັງບໍ່ທັນມີຫລາຍ ແລະ ບໍ່ທັນກ້ວາງຂວາງ ຊຶ່ງຈະຕ້ອງໃຫ້ມີລະບົບຄລາວ ແລະ ເຄື່ອງມືຄອມພິວເຕີທີ່ມີການປະມວນຜົນໄວ ເພື່ອການນໍາໃຊ້ເຕັກໂນໂລຊີປັນຍາປະດິດ.

ກອງປະຊຸມ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ລະບົບຄັງສຳເນົາເອກະສານແບບເອເລັກໂຕຼນິກ