ສຕອ ສຳເລັດການລົງເຄື່ອນໄຫວວຽກງານການເຜີຍແຜ່ ແລະ ນຳໃຊ້ລະບົບຄັງຄວາມຮູ້ຖານຂໍ້ມູນວິທະຍາສາດ ແລະ ເຕັກໂນໂລຊີ ຂອງລາວ, ລະບົບຖານຂໍ້ມູນວິໃຈສະຖິຕິທາງດ້ານເສດຖະກິດ, ລະບົບ ບໍລິຫານຈັດການຂໍ້ມູນພະນັກງານ ແລະ ລະບົບຄັງສຳເນົາເອກະສານແບບເອເລັກໂຕຼນິກ
06/08/2025
ໃນວັນທີ 29 ມີນາ 2024 ສຕອ ສຳເລັດການລົງເຄື່ອນໄຫວວຽກງານການເຜີຍແຜ່ ແລະ ນຳໃຊ້ລະບົບຄັງຄວາມຮູ້ຖານຂໍ້ມູນວິທະຍາສາດ ແລະ ເຕັກໂນໂລຊີ ຂອງລາວ, ລະບົບຖານຂໍ້ມູນວິໃຈສະຖິຕິທາງດ້ານເສດຖະກິດ, ລະບົບ ບໍລິຫານຈັດການຂໍ້ມູນພະນັກງານ ແລະ ລະບົບຄັງສຳເນົາເອກະສານແບບເອເລັກໂຕຼນິກ ໃຫ້ແກ່ 2 ແຂວງພາກເຫນືອ ແຂວງອຸດົມໄຊ ແລະ ຫຼວງພະບາງ.
.....................................................
ເຊິ່ງຈຸດປະສົງ ກອງປະຊຸມໃນຄັ້ງນີ້ ເພື່ອເປັນການເຜີຍແຜ່ ແລະ ນຳໃຊ້ລະບົບດັ່ງກ່າວ ໃຫ້ບັນດາພະແນກ ຕສ ແຂວງ, ມະຫາວິທະຍາໄລສຸພານຸວົງ, ພະແນກສຶກສາທິການ ແລະ ກິລາ ແລະ ຂະແຫນງການອ້ອມຂ້າງແຂວງ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການປ້ອນຂໍ້ມູນ, ການສ້າງຫມວດໝູ່ຂໍ້ມູນ ແລະ ການແບັກອັບຖານຂໍ້ມູນ ເພື່ອໃຫ້ນັກສຳມະນາກອນໄດ້ນຳໄປໜູນໃຊ້ ແລະ ຜັນຂະຫຍາຍໃນວຽກງານຂະແຫນງການຂອງຕົນ.




