ແລກປ່ຽນຄວາມຮູ້ກ່ຽວກັບການນຳໃຊ້ເຕັກໂນໂລຊີເຂົ້າໃນການປ້ອງກັນ ແລະ ຄວບຄຸມຄວາມປອດໄພຂອງການຜະລິດ

16/11/2023

ແລກປ່ຽນຄວາມຮູ້ກ່ຽວກັບການນຳໃຊ້ເຕັກໂນໂລຊີເຂົ້າໃນການປ້ອງກັນ ແລະ ຄວບຄຸມຄວາມປອດໄພຂອງການຜະລິດ

ວັນທີ 31 ຕຸລາ 2023, ສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສປປ ລາວ ຮ່ວມກັບ ວິທະຍາໄລສີລະປະ, ສື່ ແລະ ເຕັກໂນໂລຊີ, ມະຫາວິທະຍາໄລຊຽງໃໝ່, ຣາຊະອານາຈັກໄທ ຈັດກອງປະຊຸມສໍາມະນາໃນຫົວຂໍ້: ການນຳໃຊ້ເຕັກໂນໂລຊີເຂົ້າໃນການປ້ອງກັນ ແລະ ຄວບຄຸມຄວາມປອດໄພຂອງການຜະລິດ ຊຶ່ງເປັນໂຄງການຊ່ວຍເຫຼືອຂອງ ສປ ຈີນ ພາຍໃຕ້ກອບການຮ່ວມມື Mekong Economic Area Cooperation (MEKONG) ໂດຍການເຂົ້າຮ່ວມຂອງທ່ານ ພົນປະສິດ ພິດສະໄໝ, ຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ, ຜູ້ຊ່ວຍສາດສະດາຈານ ປອ. ປາຣາດອນ ສຸລິພົງ, ຮອງຜູ້ອຳນວຍການສູນນະວັດຕະກໍາ ແລະ ຈັດການເຕັກໂນໂລຊີດິຈິຕ໋ອນ, ມີຜູ້ເຂົ້າຈາກສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ, ສະຖາບັນເຕັກໂລໂລຊີການສື່ສານຂໍ້ມູນຂ່າວສານ, ພະນັກງານ ແລະ ນັກສຶກສາຈາກຄະນະວິສະວະກໍາສາດ, ມະຫາວິທະຍາໄລແຫ່ງຊາດ.

ໃນກອງປະຊຸມດັ່ງກ່າວ, ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍຈາກ ຜູ້ຊ່ວຍສາດສະດາຈານ ປອ. ປາຣາດອນ ສຸລິພົງ ໃນຫົວຂໍ້: ການນຳໃຊ້ເຕັກໂນໂລຊີເຂົ້າໃນການປ້ອງກັນ ແລະ ຄວບຄຸມຄວາມປອດໄພຂອງການຜະລິດອຸດສາຫະກໍາ ໂດຍສະເພາະແມ່ນການນໍາໃຊ້ເຂົ້າໃນໂຮງສີເຂົ້າ ເພື່ອຕິດຕາມສະພາບແວດລ້ວມພາຍໃນໂຮງສີເຂົ້າຝຸ່ນລະອອງ, ຄວາມຊຸ່ມ, ມົນລະພິດທາງອາກາດ, ຕິດຕາມພຶດຕິກໍາການເຂົ້າອອກຂອງຄົນງານພາຍໃນໂຮງງານ ແລະ ໄດ້ມີການມອບເຄື່ອງອຸປະກອນ ແລະ ໂປຣແກຣມຈໍານວນໜຶ່ງໃຫ້ແກ່ ສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ ເພື່ອເປັນເຄື່ອງມືເຜີຍແຜ່ໃຫ້ສັງຄົມໂດຍສະເພາະຜູ້ປະກອບການດ້ານການຜະລິດໄດ້ຮັບຮູ້ເຖິງການປະຍຸກນໍາໃຊ້ເຕັກໂນໂລຊີໃນການປ້ອງກັນ ແລະ ຄວບຄຸມຄວາມປອດໄພໃນການຜະລິດ. ພ້ອມກັນນັ້ນ, ຍັງໄດ້ຮັບຟັງການບັນຍາຍກັບກ່ຽວສະພາບການນໍາໃຊ້ເຕັກໂນໂລຊີເຂົ້າໃນການຜະລິດອຸດສາຫະກໍາໃນ ສປປ ລາວ ຊຶ່ງນຳສະເໜີໂດຍ ທ່ານ ປອ. ດາວເຮືອງ ບົວເງີນ, ຫົວໜ້າພະແນກເຕັກໂນໂລຊີອັດສະລິຍະ ແລະ ໄດ້ຮັບຟັງການບັນຍາຍກ່ຽວກັບການຜະລິດ ແລະ ການນໍາໃຊ້ເຕັກໂລຊີເຂົ້າໃນຂະແໜງກະສິກໍາ ເຊັ່ນ:ການຄວບຄຸມຄຸນນະພາບ ແລະ ແຫຼ່ງທີ່ມາຂອງການຜະລິດຊີ້ນງົວ ໂດຍ ທ່ານ ປອ. ສັດຕິໄຊ ວິຊາ, ຄະນະບໍດີຄະນະ Digital transform Technology, ໂຮງຮຽນເຕັກໂນໂລຊີຂໍ້ມູນຂ່າວສານ, ມະຫາວິທະຍາໄລ ແມ່ຟ້າຫຼວງ.
:
ພ້ອມດຽວກັນ, ໃນໂອກາດນີ້ເພື່ອເປັນການສົ່ງເສີມ, ແລກປ່ຽນຄວາມຮູ້ດ້ານວິຊາການໃນຕໍ່ໜ້າຍັງໄດ້ມີການລົງນາມເຊັນບົດບັນທຶກຄວາມເຂົ້າໃຈຮ່ວມມືກັນຄົ້ນຄວ້າ, ພັດທະນາ ແລະ ການສຶກສາດ້ານເຕັກໂນໂລຊີອັດສະລິຍະ ໃນ ສປປ ລາວ ນໍາອີກດ້ວຍ.
---------------------------------
ອ່ານຂ່າວ ແລະ ຄົ້ນຫາຂໍ້ມູນກ່ຽວກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ທີ່:

 

ກອງປະຊຸມ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ລະບົບຄັງສຳເນົາເອກະສານແບບເອເລັກໂຕຼນິກ